Tuesday, August 30, 2011

ມະຕິກອງປະຊຸມໃຫ່ຍຄັ້ງທີ່9ຂອງ ພັກ ປປລ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກໄດ້ກຳນົດ 4 ບາດກ້າວບຸກທະລຸດັ່ງນີ້:
- ຫນຶ່ງ: ແມ່ນຕ້ອງບຸກທະລຸໃຫ້ໄດ້ທາງດ້ານຈິນຕະນາການ,ກ້ໄຂທັດສະນະແນວຄິດແບບ ຄຳພີຕາຍຕົວ, ຮັກສາເດີມ, ຂີ້ຄ້ານມັກງ່າຍ, ຊ້າຍຈັດຂວາໂພດ.

- ສອງ: ບຸກທະລຸລະບຽບການ, ກົນໄກເຮັດໃຫ້ການບໍລິຫານລັດ, ການຄຸ້ມຄອງເສດຖະກິດ-ສັງຄົມມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສ.

- ສາມ: ແມ່ນຕ້ອງບຸກທະລຸຢ່າງແຂງແຮງດ້ານການພັດທະນາຊັບພະຍາກອນມະນຸດ, ໂດຍສະເພາະດ້ານການກໍ່ສ້າງ ແລະ ບຳລຸງຍົກລະດັບຄວາມຮູ້ຄວາມສາມາດໃນດ້ານຕ່າງໆຂອງພະນັກງານໃຫ້ສົມຄູ່ ກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ.

- ສີ່: ບຸກທະລຸໃຫ້ໄດ້ໃນດ້ານການແກ້ໄຂຄວາມທຸກຍາກຂອງປະຊາຊົນດ້ວຍການຂຸດຄົ້ນແຫລ່ງທຶນຕ່າງໆ ແລະ ດ້ວຍນະໂຍບາຍສົ່ງເສີມເປັນພິເສດ, ສ້າງພື້ນຖານໂຄງລ່າງທາງດ້ານເສດຖະກິດ-ສັງຄົມ ຢ່າງມີຈຸດສຸມເພື່ອເປັນກຳລັງແຮງຊຸກດັນໃຫ້ການພັດທະນາໃນຂົງເຂດອື່ນໆຢ່າງແຂງແຮງ.
ຂ້າພະເຈົ້າຂໍຊົມເຊີຍແລະສະໜັບສະໜູນໃຫ້ປະສົບຜົນສຳເລັດທັງສີ່ຄາດໝາຍ ແຕ່ໃນທີ່ນີ້ຂ້າພະເຈົ້າຢາກໃຫ້ປັບປຸງກ່ອນໝູ່ແມ່ນຂໍ້ທີ່ສອງເນື່ອງຈາກວ່າປະຈຸບັນຍັງມີຫຼາຍກົມກອງ ແລະພະນັກງານລັດກວມເອົາ ເກືອບ90%ທີ່ເຮັດໜ້າທີ່ບໍລິການ ແລະເປັນຜູ້ອອກອະນຸຍາດຕ່າງໆຍັງຖືຕົນເອງເປັນອາດຍາສິດ ກົດໜ່ວງຖ່ວງດຶງເພື່ອຮຽກຮ້ອງຜົນປະໂຫຽດ(ເງີນ)ໄດ້ເທົ່າໃດກໍ່ບໍ່ພໍໄດ້ແລ້ວຢາກໄດ້ອີກ ເກັບກັນທຸກຈຸດ ທຸກໜ່ວຍງານ ນັບແຕ່ຜູ້ຮັບເອກະສານຮອດຫົວໜ້າພະແນກ ເຊັ່ນ: ພະແນກອຸດສາຫະກຳ ແລະການຄ້ານະຄອນຫຼວງ, ດ່ານພາສີຂົວມິດຕະພາບ1

ແມ່ນໜັກກ່ວາໝູ່ສີນຄ້າສົ່ງອອກທີ່ເປັນນະໂຍບາຍສົ່ງເສີມຂອງລັດຖະບານກໍ່ຖືກຄັດ ຂວາງມື້ໃດອາລົມດີກໍ່ປ່ອຍໄປມື້ໃດອາລົມຮ້າຍກໍ່ກັກໄວ້ເຮັດໃຫ້ນັກທຸລະກິດເກີດຄວາມທໍ້ຖອຍໃຈ ພວກທ່ານຄິດແນວໃດ?